Section outline

  • ຄຳນຳ

    ຍຸດທະສາດພັດທະນາຊັບພະຍາກອນມະນຸດຮອດປີ 2030 ແມ່ນເລັ່ງໃສການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນສາທາລະນະສຸກໃຫ້ມີຄວາມຮູ້  ຄວາມສາມາດເພື່ອຕອບສະໜອງການບໍລິການສາທາລະນະສຸກໃຫ້ມີຄຸນນະພາບ.

    ຫຼັກສູດຝຶກອົບຮົມສະບັບນີ້ ແມ່ນສ້າງຄວາມເຂັ້ມແຂງໃນການບໍລິການສຸຂະພາບຂັ້ນຕົ້ນ ຢູ່ສຸກສາລາ ແລະ ຊຸມຊົນ ໂດຍໃຫ້ບຸກຄະລາກອນສາທາລະນະສຸກຂັ້ນເມືອງມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນວຽກງານເຊື່ອມສານການບໍລິການສຸຂະພາບ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ພະນັກງານຂັ້ນສຸກສາລາ ແລະ ອາສາສະໝັກສາທາລະນະສຸກບ້ານ (ອສບ). ຫຼັກສູດນີ້ປະກອບມີ 6 ໂມດູນ (Module) ເຊິ່ງກວມເອົາເນື້ອໃນກ່ຽວກັບ: ການປ້ອງກັນ ແລະ ຄວບຄຸມເຊື້ອ HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນ (STI); ພະຍາດວັນນະໂລກ (TB); ພະຍາດມາລາເລຍ; ການສຶກສາອົບຮົມສຸຂະພາບແບບຄົບຊຸດ; ທັກສະການສື່ສານ; ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ພ້ອມທັງສຸຂະພາບຈະເລີນພັນ ແລະ ສິດທິທາງເພດ; ແລະ ການນຳໃຊ້ຄູ່ມືແບບຄົບຊຸດ, ການສຶກສາກໍລະນີຕົວຢ່າງ ແລະ ການສະແດງບົດບາດສົມມຸດ.

    ພ້ອມກັນນັ້ນ, ຫຼັກສູດອົບຮົມນີ້ໄດ້ຖືກອອກແບບມາເພື່ອເພີ່ມຄວາມຮູ້ພື້ນຖານ ແລະ ທັກສະຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມ ໃນການກວດກັ່ນກອງ, ການບົ່ງມະຕິພະຍາດ, ການປິ່ນປົວ ແລະ ການປ້ອງກັນເຊື້ອເຮສໄອວີ/ພະຍາດເອດ, ພະຍາດຕິດຕໍ່ທາງເພດສຳພັນ, ວັນນະໂລກ ແລະ ມາລາເລຍ, ລວມທັງການບໍລິການດ້ານສຸຂະພາບຈະເລີນພັນ ແລະ ທາງເພດ, ການໃຫ້ຄຳປຶກສາ ແລະ ການເບິ່ງແຍງປະຈຳວັນ. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກໃສ່ການບໍລິການທີ່ໃຫ້ກຽດ, ບໍ່ຈຳແນກ ແລະ ຖືເອົາຄົນເຈັບເປັນສູນກາງ, ໂດຍອີງໃສ່ຫຼັກການຄວາມສະເໝີພາບ ແລະ ຄວາມຍຸຕິທຳ.

    ດັ່ງນັ້ນ, ກົມຈັດຕັ້ງ ແລະ ພະນັກງານ ຮ່ວມກັບ ກົມຄວບຄຸມພະຍາດຕິດຕໍ່, ກົມອານາໄມ ແລະ ສົ່ງເສີມສຸຂະພາບ, ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ, ສູນຄວບຄຸມວັນນະໂລກ, ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ສູນສະຖິຕິ ແລະ ຂ່າວສານການແພດ, ສູນສຸຂະພາບແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ສ້າງຫຼັກສູດອົບຮົມແບບເຊື່ອມສານການບໍລິການສຸຂະພາບນີ້ຂຶ້ນ. ຊຶ່ງຈະເປັນວິທີໜຶ່ງທີ່ຈະຊ່ວຍແກ້ໄຂການຂາດແຄນບຸກລະລາກອນສາທາລະນະສຸກ, ຫຼຸດຜ່ອນເວລາ ແລະ ການໃຊ້ຈ່າຍຂອງຜູ້ມາຮັບບໍລິການສຸຂະພາບ.

    ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈທຸກໆທ່ານ ແລະ ທຸກພາກສ່ວນທີ່ໄດ້ປະກອບສ່ວນທາງສະຕິປັນຍາ ແລະ ເຫື່ອແຮງຈົນເຮັດໃຫ້ຄູ່ມືສະບັບນີ້ປະສົບຜົນສໍາເລັດ. ຖ້າຫາກວ່າ ຜູ້ນໍາໃຊ້ຫຼັກສູດຝຶກອົບຮົມສະບັບນີ້ຫາກພົບເຫັນຂໍ້ຜິດພາດປະການໃດ ສາມາດສົ່ງຄໍາຄິດເຫັນຂອງທ່ານມາຍັງພະແນກ ຄຸ້ມຄອງການກໍ່ສ້າງ ແລະ ອົບຮົມບຸກຄະລາກອນສາທາລະນະສຸກ, ກົມຈັດຕັ້ງ ກະຊວງສາທາລະນະສຸກ ເພື່ອຈະໄດ້ຄົ້ນຄວ້າພິຈາລະນາປັບປຸງໃຫ້ສົມບູນຂື້ນກວ່າເກົ່າໃນຄັ້ງຕໍ່ໄປ.

                                                                                    ຫົວໜ້າກົມຈັດຕັ້ງ