Section outline

    • MoH Logo   DCDC logo    UHS Logo  FAG logo SEAOHUN LogoUSAID Logo

      ຂໍ້ມູນພື້ນຖານຂອງຫຼັກສູດ

      ຫຼັກສູດນີ້ຖືກພັດທະນາໂດຍທີມງານຈາກຫຼາຍພາກສ່ວນ ໂດຍສະເພາະຈາກ ກົມຈັດຕັ້ງ ແລະ ພະນັກງານ, ກົມຄວບຄຸມພະຍາດຕິດຕໍ່, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ແລະ ຄະນະກະເສດສາດ, ມະຫາວິທະຍາໄລ ຈຳປາສັກ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ SEAOHUN ແລະ USAID.

      ຂອບເຂດນອກເໜືອຄວາມຮັບຜິດຊອບເນື້ອໃນ, ຄວາມຄິດເຫັນ ແລະ ຂໍ້ເທັດຈິງທີ່ສະແດງອອກໃນຫຼັກສູດແມ່ນຄວາມຮັບຜິດຊອບພຽງຜູ້ດຽວຂອງຜູ້ຂຽນຫຼັກສູດ ແລະ ບໍ່ແມ່ນຂອງ SEAOHUN ແລະ USAID.

      ເອກະສານຫຼັກສູດ: ຫຼັກສູດປະກອບມີ 04 ໂມດູນ ແລະ ໃຊ້ເວລາຮຽນປະມານ 1 ຊົ່ວໂມງຂອງແຕ່ລະໂມດູນ.

      ໂມດູນ 1) ການແນະນຳກ່ຽວກັບສຸຂະພາບໜຶ່ງດຽວ
      ໂມດູນ 2) ການພົວພັນລະຫວ່າງມະນຸດ-ສັດ-ສິ່ງແວດລ້ອມ
      ໂມດູນ 3) ວິທີການທີ່ອີງໃສ່ຫຼັກຖານໃນສຸຂະພາບໜຶ່ງດຽວ
      ໂມດູນ 4) ການປະຕິບັດຍຸດທະສາດສຸຂະພາບ
      ໜຶ່ງດຽວ

      ແຕ່ລະຫົວຂໍ້ຈະປະກອບມີຂໍ້ມູນເພີ່ມເຕີມບາງຢ່າງທີ່ພວກເຮົາຄິດວ່າທ່ານຈະສົນໃຈ - ກົດໃສ່ຮູບໃນແຕ່ລະໂມດູນ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຈຸດສະເພາະ.

      ຜູ້ເຂົ້າຮ່ວມເປົ້າໝາຍ: 

      ·         ພະນັກງານສາທາລະນະສຸກດ່ານໜ້າ: ລວມທັງທ່ານໝໍ, ພະຍາບານ, ຄຸ້ມຄອງສາທາລະນະສຸກ ແລະ ພະນັກງານສາທາລະນະສຸກອື່ນໆທີ່ກ່ຽວຂ້ອງໂດຍກົງໃນການບໍລິການຄົນເຈັບ ແລະ ການຄຸ້ມຄອງ ສາທາລະນະສຸກ.

      ·         ຜູ້ວາງນະໂຍບາຍດ້ານສາທາລະນະສຸກ: ພະນັກງານທີ່ມີສ່ວນຮ່ວມໃນການພັດທະນານະໂຍບາຍສາທາລະນະສຸກ, ໂດຍສະເພາະຜູ້ທີ່ມີສ່ວນຮ່ວມໃນການພົວພັນຂອງມະນຸດ, ສັດ ແລະ ສິ່ງແວດລ້ອມ.

      ·         ພະນັກງານສາທາລະນະສຸກຊຸມຊົນ: ບຸກຄົນທີ່ເຮັດວຽກຢູ່ຮາກຖານ, ຈະເປັນຈຸດທຳອິດຂອງໃຫ້ບໍລິການແກ່ປະຊາຊົນທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

      ການ​ປະ​ເມີນ​ຫຼັກສູດ​:
      ແຕ່ລະໂມດູນ
      ຈະມີການປະເມີນ ເພື່ອທົດສອບຄວາມເຂົ້າໃຈຂອງທ່ານກ່ຽວກັ ຫົວຂໍ້ນັ້ນ. ໃນໂມດູນສຸດທ້າຍທ່ານຈະສາມາດໄດ້ຮັບໃບຢັ້ງຢືນຜົນສໍາເລັດ -

      ເງື່ອນໄຂຂອງການໄດ້ຮັບໃບຢັ້ງຢືນການຮຽນແມ່ນທ່ານຕ້ອງໄດ້ຮຽນຜ່ານທຸກໂມດູນ ແລະ ຜ່ານການປະເມີນພາຍຫຼັງສຳເລັດການຮຽນໂມດູນສຸດທ້າຍ ແລະ ໄດ້ຮັບຄະແນນ 80% ຂື້ນໄປ.

      ນີ້ແມ່ນຫຼັກສູດທີ່ທ່ານສາມາດຮຽນໄດ້ດ້ວຍຕົນເອງ ແລະ ໃນເວລາທີ່ທ່ານສະດວກ. ພວກເຮົາຂໍແນະນຳໃຫ້ທ່ານບັນທຶກ ແລະ ຈົດກ່າຍບົດຮຽນໃນຂະນະທີ່່ານຮຽນດ້ວຍຕົນເອງເພາະວ່ານີ້ແມ່ນວິທີທີ່ດີທີ່ຈະຮັບປະກັນວ່າທ່ານສາມາດເຂົ້າໃຈບົດຮຽນໄດ້ຫຼາຍຂື້ນ. ວິທີນີ້ສາມາດກາຍເປັນສ່ວນໜຶ່ງຂອງແຜນພັດທະນາຕົນເອງຂອງທ່ານ.

      ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມ, ພວກເຮົາມີຫຼັກສູດອອນໄລນ໌ອື່ນໆທີ່ເປີດຢູ່ໃນເວັບໄຊທ໌ SEOHUN OHWA ສໍາລັບການຮຽນດ້ວຍຕົນເອງ ສໍາລັບການພັດທະນາວິຊາຊີບຢ່າງຕໍ່ເນື່ອງ (CPD).

      ຜູ້ພັດທະນາຫຼັກສູດ ແລະຜູ້ປະກອບສ່ວນ :
      • ທ່ານ ດຣ. ຄຳປະສົງ ເທບປັນຍາ : ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ສປປລາວ
      • ທ່ານ ສາດສະດາຈານ ດຣ ມາຍຟອງ ມາຍຊາຍ : ອະທິການບໍດີ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສປປລາວ
      • ທ່ານ ອາຈານ ທອງໃສ ສີຈັນ ອະດີດຮອງຄະນະບໍດີ ຄະນະກະເສດສາດ
      ມສ ຈຳປາສັກ – ຊ່ຽວຊານສຸຂະພາບສັດ
      •ທ່ານ
      ປອ ດຣ ພູປະສົງ ຊົມພູ: ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ (DCDC) – ກະຊວງສາທາລະນະສຸກ
      • ທ່ານ ນ ແສງທິດາ ສີວິໄລ: ພະນັກງານວິຊາການ, ພະແນກກົງຈັກການຈັດຕັ້ງ, ກົມຈັດຕັ້ງ ແລະ ພະນັກງານ
      • ທ່ານ ດຣ ນ ແສງດາວີ ໄຊປະດິດ: ພະນັກງານວິຊາການ, ພະແນກຄຸນນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ
      • Bertrand MARTINEZ-AUSSEL: ຜູ້ຊ່ຽວຊານດ້ານວິຊາການສາກົນ, ທີ່ປຶກສາ ກົມຈັດຕັ້ງ ແລະ ພະນັກງານ – ຜູ້ອອກແບບການສອນ

      ຜູ້ບັນຍາຍຫຼັກສູດ :

      • ສຸຣິ ເສົາລາ: ເປັນຕົວລະຄອນສັດທີ່ເປັນຕົວແທນຂອງເສົາລາ, ເປັນສັດຫາຍາກທີ່ມີຖິ່ນກຳເນີດໃນລາວ ແລະ ຫວຽດນາມ

      • ສິຣິພອນ: ເປັນຜູ້ຊ່ຽວຊານ ແລະ ເປັນທີ່ປຶກສາ ທາງໄກທີ່ໃຫ້ຄໍາແນະນໍາແລະຄໍາອະທິບາຍຕ່າງໆ

    • This course was developed by a multidisciplinary team of colleagues from the Department of Health Personnel, the Department of Communicable Disease Control (DCDC), the University of Health Sciences (UHS) and the Faculty of Agriculture, Lao PDR, with funding from SEAOHUN and USAID

      Disclaimer: The content, opinions and facts expressed in the course are the sole responsibility of the course authors and not of SEAOHUN and USAID.

      Course materials: The course consists of 04 modules of approximately one hour each.

      • Module 1) Introduction to One Health
      • Module 2) Human-animal-environment interactions
      • Module 3) Evidence-based approaches in One Health
      • Module 4) Implementing One Health strategies

      Each topic includes some additional resources that we think you will find interesting - click on the resource collections in each section to learn more about specific points.

      Target audience:

      • Frontline health workers, including doctors, nurses, public health officers and other health workers directly involved in patient care and public health management.
      • Public health policy makers: Officials involved in the development of health policies, particularly those at the interface of human, animal and environmental health.
      • Community health workers: Individuals working at grassroots level, often the first point of contact in rural and remote areas. 

      Course assessment: Each module has a series of quizzes to test your understanding of some of the concepts in that topic. In the final module you will see that you can obtain a certificate of completion - the requirements for this are to access the resources in each section and to pass the quiz at the end with a minimum score of 80%.
        
      This is a self-paced course that you can complete at your own pace. We encourage you to reflect on the topics and perhaps take notes as you go along, as this is a good way of ensuring that you are able to internalise the information presented and the lessons to be learnt. This can then become part of your personal development plan.

      What's next ? : If you would like to learn more, there are several other open online courses on the SEOHUN OHWA website for individual study for CPD.

      Course Development Team: 

      • Dr Khampasong THEPPANYA: Director General, Department of Health Personnel (DHP), MoH Lao PDR – Course Team Leader
      • Pr Dr. Mayfong MYXAY: President, University of Health Sciences Lao PDR (UHS-L) – Scientific Advisor
      • Dr Thongsay SYCHANH:  Former Vice-Dean, Faculty of Agriculture Champassak – Animal Health Expert
      • Dr Phoupasong SOMPHOU: Department of Communicable Diseases Control (DCDC) – Outbreak Response specialist
      • Ms Sengthida SIVILAY: Technical Officer, Organization division, DHP
      • Dr Sendavy XAYPADITH: Technical Officer, Quality of Health Education division, DHP
      • Dr Bertrand MARTINEZ-AUSSEL: International Technical Expert, DHP – Instructional Design

      Course narrators :
      - Suri Soala: A friendly animated character representing the saola, a rare species native to Laos and Vietnam
      - Dr Siriphone: A virtual mentor providing expert guidance and explanations.

    • ທີ່ນີ້ເຈົ້າຈະພົບເຫັນຄໍານິຍາມຂອງຄໍາທີ່ໃຊ້ໃນຫຼັກສູດ

    • ຄຳນຳໜ້າວິຊາໂດຍ :

      ສາດສະດາຈານ ດຣ ມາຍຟອງ ມາຍຊາຍ, ອະທິການບໍດີ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສປປລາວ

      ດຣ. ຄຳປະສົງ ເທບປັນຍາ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກລາວ

  • ຊຸດ 12 ຄໍາຖາມນີ້ຈະປະເມີນຄວາມເຂົ້າໃຈຂອງທ່ານກ່ຽວກັບວິທີສຸຂະພາບໜຶ່ງດຽວ.

    ຜົນ​ໄດ້​ຮັບ​ຈະ​ເປັນ​ປະ​ໂຫຍດ​ໃນ​ການ​ຕິດ​ຕາມ​ຄວາມ​ຄືບ​ຫນ້າ​ຂອງ​ທ່ານ​ຫຼັງ​ຈາກ​ຮຽນຈົບ- ຂໍ​ຂອບ​ໃຈ​ສຳລັບການຕອບ​ຄໍາ​ຖາມຕາມທີ່ທ່ານເຂົ້າໃຈ​! 

     

    • ການປະເມີນສຸດທ້າຍແມ່ນປະກອບດ້ວຍ 12 ຄຳຖາມ ທີ່ຈະປະເມີນຄວາມເຂົ້າໃຈຂອງທ່ານ ຈາກໂມດູນ 1 ຫາ ໂມດູນ 4

      ທ່ານຕ້ອງຕອບໃຫ້ຖືກຢ່າງໜ້ອຍ 80% ເພື່ອຜ່ານການປະເມີນ, ຂໍໃຫ້ທ່ານໂຊກດີ

  • ກະລຸນາເຊື່ອມຕໍ່ຫາຫ້ອງຮຽນອອນໄລນ໌ນີ້ທຸກຄັ້ງທີ່ແນະນຳໃຫ້.

    ຜູ້​ໃຊ້​ແຂກ​ຖ້າ​ຫາກ​ວ່າ​ທ່ານ​ບໍ່​ເຫັນ​ປຸ່ມ​ສີ​ຟ້າ​ຂະ​ຫນາດ​ໃຫຍ່​ກະ​ລຸ​ນາ​ສໍາ​ເນົາ​ລະ​ຫັດ​ຜ່ານ​ນີ້​: SZKQkNMU ແລະ​ຄລິກ​ໃສ່​ການ​ເຊື່ອມ​ຕໍ່​ນີ້​: 

    ການເຂົ້າເຖິງແຂກ

    • ສະຖານທີ່ເພື່ອສົນທະນາຫຼັກສູດ ແລະພົວພັນກັບຜູ້ຮຽນອື່ນໆ ແລະຜູ້ປະກອບສ່ວນຫຼັກສູດ.

      ກະລຸນາຮັກສາການສົນທະນາດ້ວຍຄວາມເຄົາລົບແລະເນັ້ນໃສ່ຫົວຂໍ້ສຸຂະພາບຫນຶ່ງ 🐮🐯🐻

      *** ເວທີສົນທະນານີ້ແມ່ນມີສາທາລະນະ. ຫ້າມໂພສຂໍ້ມູນສ່ວນຕົວ ຫຼືຂໍ້ມູນລະອຽດອ່ອນ ***

       
Callback before_footer in tool_courserating component should be migrated to new hook callback for core\hook\output\before_footer_html_generation
  • line 7229 of /public/lib/moodlelib.php: call to debugging()
  • line 7296 of /public/lib/moodlelib.php: call to {closure}()
  • line 71 of /public/lib/classes/hook/output/before_footer_html_generation.php: call to get_plugins_with_function()
  • line 974 of /public/lib/classes/output/core_renderer.php: call to core\hook\output\before_footer_html_generation->process_legacy_callbacks()
  • line 395 of /public/course/view.php: call to core\output\core_renderer->footer()